ກ່ຽວ​ກັບ​ພວກ​ເຮົາ

logo-slide.png

ປະຫວັດຄວາມເປັນມາ

ບໍລິສັດ ຣາຊາຊູຣົສ ຈຳກັດກໍ່ຕັ້ງຂື້ນເມື່ອວັນທີ 26 ພະຈິກ 2510 ປັດຈຸບັນມີທຶນຈົດທະບຽນ 420 ລ້ານບາດ ໂດຍເປັນການຮ່ວມທຶນລະຫວ່າງໄທແລະໄຕ້ຫວັນໃນສັດສ່ວນຮ້ອຍລະ 51:49
ບໍລິສັດ ມີໂຮງງານຕັ້ງຢູ່ເລກທີ 15 ໝູ່ 17 ກ.ມ ທີ 86 ຕຳບົນທ່າຜາ ອຳເພີບ້ານໂປ່ງ ຈັງຫວັດຣາຊບູຣີ ເທິງເນື້ອທີ່ປະມານ 135 ໄຮ່


ກວ່າ 50 ປີ ມາແລ້ວທີ່ບໍລິສັດ ຣາຊາຊູຣົສ ດຳເນີນການຜະລິດແປ້ງນົວແທ້ກາບ່ວງໂດຍໃຊ້ແປ້ງມັນຕົ້ນ (Tapioca Starch) ແລະກາກນ້ຳຕານຈາກອ້ອຍ (Cane Molasses) ເປັນວັດຖຸດິບຫຼັກ ເພື່ອຈັດຈຳໜ່າຍທັງພາຍໃນແລະຕ່າງປະເທດດ້ວຍການພັດທະນາໃນດ້ານການຜະລິດແລະການຕະຫຼາດຢ່າງຕໍ່ເນື່ອງ ຜະລິດຕະພັນຄຸນນະພາບຂອງບໍລິສັດຈຶ່ງເປັນທີ່ນິຍົມຂອງຜູ້ບໍລິໂພກແລະໃນວົງອຸດສາຫະກຳທັງໃນແລະຕ່າງປະເທດ

ນະໂຍບາຍ

“ເພີ່ມປະສິດທິພາບຂອງອົງກອນ ຜະລິດສິນຄ້າໄດ້ມາດຕະຖານ ລູກຄ້າໝັ້ນໃຈໃນບໍລິການ”

ແປ້ງນົວສູດຄຸນນະພາບກາບ່ວງ

ແປ້ງນົວແທ້ກາບ່ວງ ມີຫຼາຍຂະໜາດບັນຈຸໃຫ້ເລືອກໃຊ້ຕາມຄວາມຕ້ອງການຕັ້ງແຕ່ຂະໜາດຊອງບັນຈຸ 5, 10, 20, 30, 40, 50, 100, 250, 500, 1000 ກຣາມ ສຳລັບໃຊ້ໃນຄົວເຮືອນ ຂະໜາດ 2, 3 ກິໂລກຣາມ ສຳລັບຮ້ານອາຫານ ຈົນຮອດຂະໜາດ 5, 10, 15, 25 ກິໂລກຣາມ ສຳລັບໃຊ້ໃນອຸດສາຫະກຳການຜະລິດອາຫານ ນອກຈາກນີ້ ຍັງມີແປ້ງນົວຂະໜາດເມັດນ້ອຍໃຫຍ່ຕ່າງໆໃຫ້ເລືອກໃຊ້ຕາມຄວາມເໝາະສົມດ້ວຍ
ໂດຍຜະລິດຕະພັນຂອງບໍລິສັດແບ່ງອອກເປັນ 2 ກຸ່ມໄດ້ແກ່
1. ປະເພດເກັດ
 2. ປະເພດຜົງ
product.jpg

ຮູບແບບໃໝ່ ສະດຸດຕາ ໂດດເດັ່ນກວ່າໃຜ

ເພື່ອຕອກຍ້ຳຄວາມເປັນສາກົນ ຣາຊາຊູຣົສ ຈຶ່ງໄດ້ປັບຮູບແບບໃຫ້ຊອງເບິ່ງທັນສະໄໝ ໂດດເດັ່ນສະດຸດຕາຍິ່ງຂື້ນ ໂດຍເພີ່ມຮູບອາຫານໜ້າຮັບປະທານ ພິມດ້ວຍເຕັກໂນໂລຊີການພິມຊັ້ນສູງໃໝ່ສຸດກ່ອນໃຜ ແລະເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກອີກລະດັບໜື່ງວ່າ ໄດ້ຊື້ຣາຊາຊູຣົສຂອງແທ້ ຊອງຮູບແບບໃໝ່ຈິ່ງພິມລົງເທິງປລາສຕິກປ້ຳນູນຮູບເຄື່ອງໝາຍຣາຊາຊູຣົສ ເຖິງແມ່ນວ່າຈະຕ້ອງເພີ່ມຄ່າໃຊ້ຈ່າຍໃນການຜະລິດທີ່ສູງຂື້ນກໍ່ຕາມ ໝັ້ນໃຈໄດ້ວ່າ ຣາຊາຊູຣົສໃນຊອງຮູບແບບໃໝ່ ຍັງຄົງຮັກສາມາດຕະຖານແລະຄຸນນະພາບອັນດີເລີດຂອງແປ້ງນົວແທ້ ບໍ່ເສື່ອມສະຫຼາຍ ທຸກຄົນໃນບ້ານຈະເພີດເພີນໄປກັບຄວາມແຊບທີ່ປຸງດ້ວຍຣາຊາຊູຣົສ ທີ່ເນລະມິດໃຫ້ອາຫານທຸກຈານບໍ່ວ່າຈະຖືກ ຈະແພງ ອາຫານໄທ ຈີນ ຫຼືຊາດໃດໆ ກໍ່ແຊບເລີດຣົດ ປຽບເໝືອນອາຫານທີ່ປຸງໃຫ້ຣາຊາ

ຊ່ອງທາງການຈັດຈຳໜ່າຍ

ປັດຈຸບັນ ບໍລິສັດ ຣາຊາຊູຣົສ ໄດ້ຂະຫຍາຍເຄືອຄ່າຍໃນການກະຈ່າຍສິນຄ້າໃຫ້ຄອບຄຸມໃນແຕ່ລະພູມີພາກທົ່ວປະເທດໄດ້ແກ່

ກຸງເທບແລະອ້ອມຂ້າງ : ສູນເທບພາຣັກ
ພາກກາງ : ສູນຣາຊບູຣີ ແລະສູນຣະຍອງ
ພາກເໜືອ : ສູນຊຽງໃໝ່
ພາກອີສານ : ສູນອຸບົນຣາຊທານີ ກັບສູນອຸດອນທານີ
ພາກໃຕ້ : ສູນພູເກັດ
ເພື່ອເພີ່ມຄວາມສະດວກວ່າງໄວໃນການກະຈາຍສິນຄ້າໄປສູ່ຮ້ານຄ້າ ແລະຜູ້ບໍລິໂພກໃນແຕ່ລະມື້

ພັດທະນາບຸກຄະລາກອນ

ບໍລິສັດ ຣາຊາຊູຣົສ ໄດ້ເຫັນເຖິງຄວາມສຳຄັນຕໍ່ການພັດທະນາບຸກຄະລາກອນໃນອົງກອນ ຈິ່ງໄດ້ມີການຈັດອົບຮົມ ໂຄງການກິດຈະກຳຕ່າງໆ ເພື່ອເປັນການພັດທະນາຂີດຄວາມສາມາດຂອງພະນັກງານ ໃຫ້ມີສັກກະຍາພາບຫຼາຍຍິ່ງຂື້ນ ອີກທັງຍັງມີສະຫວັດດີການພະນັກງານເຊັ່ນ ຄ່າຄອງຊີບ ເບ້ຍຄວາມດຸໝັ່ນ ໂບນັສ ເງິນຊ່ວຍເຫຼືອໃນກໍລະນີຕ່າງໆ ການທ່ອງທ່ຽວປະຈຳປີ ເພື່ອເປັນແຮງຈູງໃຈໃນການເພີ່ມປະສິດທິພາບໃນການເຮັດວຽກແລະເປັນການເພີ່ມລາຍໄດ້ໃຫ້ກັບພະນັກງານໄປໃນໂຕດ້ວຍ

ລາງວັນແລະກຽດຕິບັດຄວາມພາກພູມໃຈຂອງອົງກອນ

Certificate 01
Certificate 02
Certificate 03
Certificate 04
ລາງວັນແລະກຽດຕິບັດຄວາມພາກພູມໃຈຂອງອົງກອນ
ດ້ວຍຂະບວນການຜະລິດທີ່ພິຖີພິຖັນ ຕັ້ງແຕ່ການຄັດເລືອກວັດຖຸດິບຄຸນນະພາບທີ່ດີທີ່ສຸດແລະການກວດສອບຄຸນນະພາບຄວາມສະອາດປອດໄພໃນທຸກຂັ້ນຕອນການຜະລິດຈົນຮອດຂັ້ນຕອນການສົ່ງມອບຜະລິດຕະພັນໃຫ້ລູກຄ້າ ເຮັດໃຫ້ ຣາຊາຊູຣົສ ໄດ້ຮັບການຮັບຮອງລະບົບຮັບປະກັນຄຸນນະພາບຈາກສະຖາບັນທັງໃນປະເທດແລະນານາຊາດນຳມາເຊິ່ງລາງວັນແລະກຽດຕິບັດຕ່າງໆຫຼາກຫຼາຍ ເຊັ່ນ

  • ISO 9001:2000 ໄດ້ຮັບການຮັບຮອງເປັນລາຍທຳອິດຂອງຜູ້ຜະລິດແປ້ງນົວໃນປະເທດໄທ
  • ISO 900:2008 (International Organization Standardization) ໄດ້ຮັບການຮັບຮອງຈາກອົງກອນມາດຕະຖານສາກົນ ຈັດຕັ້ງຂື້ນເພື່ອເຜີຍແພ່ການຄ້າລະຫວ່າງປະເທດ ດ້ວຍການແລກປ່ຽນຄວາມສາມາດໃນຂະບວນການການຜະລິດສິນຄ້າແລະບໍລິການ
  • GMP (Good Manufacturing Practice) ໄດ້ຮັບການຮັບຮອງຈາກການຈັດການດ້ານສະພາບແວດລ້ອມຂັ້ນພື້ນຖານຂອງຂະບວນການຜະລິດເຊັ່ນ ການຄວບຄຸມສຸຂະອະນາໄມສ່ວນບຸກຄົນ ການຄວບຄຸມແມງໄມ້ແລະສັດທີ່ເປັນພາຫະນະນຳເຊື້ອພະຍາດ ການຄວບຄຸມນ້ຳໃຊ້ເປັນຕົ້ນ
  • ຣາຊາຊູຣົສ ເປັນແປ້ງນົວລາຍທຳອິດທິີ່ໄດ້ຮັບການຮັບຮອງຈາກ ສນງ. ຄະນະກຳມະການກາງອິສລາມແຫ່ງປະເທດໄທແລະເປັນທີ່ຍອມຮັບຈາກຊາວມຸສລິມທົ່ວໂລກ
  • ເປັນແປ້ງນົວທີ່ຜະລິດພາຍໃນປະເທດໄທລາຍທຳອິດແລະລາຍການດຽວທີ່ໄດ້ຮັບການຮັບຮອງ HACCP ໂດຍ ບໍລິສັດ ອາດັບບລິວ ທູຟ (ປະເທດໄທ) ຈຳກັດ
  • ເຊິ່ງເປັນລະບົບປະກັນຄຸນນະພາບທີ່ຮັບຮອງຄວາມປອດໄພຂອງອາຫານໃຫ້ປາສະຈາກອັນຕະລາຍຈາກເຊື້ອຈຸລິນຊີ ສານເຄມີ ແລະສິ່ງປົນເປື້ອນຕ່າງໆເພື່ອກຳຈັດຫຼືຫຼຸດສາເຫດທີ່ເຮັດໃຫ້ເກີດອັນຕະລາຍກັບຜູ້ບໍລິໂພກ
ຣາຊາຊູຣົສ ຈິ່ງເປັນທີ່ຍອມຮັບໃນວົງການອຸດສາຫະກຳການຜະລິດອາຫານແລະບໍ່ພຽງແຕ່ເປັນທີ່ຍອມຮັບໃນປະເທດໄທເທົ່ານັ້ນ ຍັງເປັນທີ່ຍອມຮັບໃນນານາປະເທດ ມີການສົ່ງອອກຂາຍທົ່ວໂລກ ບໍ່ວ່າຈະເປັນຢູໂຣປ, ອາເມລິກາ, ອາຟຣິກາ ແລະມີຍອດຂາຍເປັນອັນດັບໜື່ງໃນພາກພື້ນອິນໂດຈີນ

ບໍລິສັດ ຣາຊາຊູຣົສ ຈຳກັດ

ອາຄານ ເຄ.ເອສ.ແອລ. ທາວເວີ ຊັ້ນ20
503 ຖະໜົນສີອະຍຸທະຍາ
ແຂວງຖະໜົນພະຍາໄທ ເຂດຣາຊເທວີ
ກຸງເທບມະຫານະຄອນ 10400

ໂທລະສັບ: 02-642-6210
ແຟັກ: 02-642-6220
ອີເມລ: msg-racha@kslgroup.com

ໂຮງງານ

15 ໝູ່ 17 ຖະໜົນແສງຊູໂຕ
ຕຳບົນທ່າຜາ ອຳເພີບ້ານໂປ່ງ
ຈັງຫວັດຣາຊບູຣີ 70110

ໂທລະສັບ: 032-743-224-6
ແຟັກ: 032-743-223

Social