ຄຳຖາມທີ່ພົບເລື້ອຍ

ແປ້ງນົວ ແມ່ນຫຍັງ

ແປ້ງນົວ ແມ່ນເກືອຂອງອາຊິດກລູຕາມິກ (Glutamic Acid)ເຊິ່ງເປັນອະມິໂນອາຊິດຊະນິດໜື່ງທີ່ເປັນອົງປະກອບສຳຄັນ ແລະພົບຢູ່ໃນໂປຣຕີນ ແປ້ງນົວ ມີຊື່ທາງເຄມີວ່າ ໂມໂນໂຊດຽມແອລ-ກລູຕາເມດ (Monosodium L-Glutamate) ຫຼື MSG ນ້ຳໜັກໂມເລກຸນ 187.13 ມີນ້ຳຜລຶກຢູ່ 1 ໂມເລກຸນ ມີລັກສະນະເປັນແກ້ວໃສຫຼືຜົງຜລຶກສີຂາວ ປາສະຈາກກິ່ນ ແລະມີຣົດສະເພາະຕົວ ເປັນວັດຖຸທີ່ໃຊ້ປຸງແຕ່ງຣົດອາຫານ

ກລູຕາເມດມີຢູ່ 2 ລັກສະນະ ຄື ແອລ-ກລູຕາເມຕ (L-Glutamate) ແລະ ດີ-ກລູຕາເມດ (D-Glutamate) ທີ່ນຳມາໃຊ້ເປັນສານຊູຣົດ ຄື ແອລ-ກລູຕາເມດ


ມະນຸດຄົ້ນພົບ ແປ້ງນົວ ໄດ້ແນວໃດ

ມະນຸດຮູ້ຈັກໃຊ້ສານຊູຣົດມາຕັ້ງແຕ່ສະໄໝບູຮານ ເປັນເວລາດົນນານກວ່າສອງພັນປີ ໂດຍຊາວຈີນ ແລະຊາວຢີ່ປຸ່ນໄດ້ນຳເອົາສາຫຼ່າຍທະເລຂະໜາດໃຫຍ່ທີ່ມີຢູ່ໃນນ້ຳທະເລເຢັນມາປຸງແຕ່ງຣົດຂອງນ້ຳຊຸບ ສ່ວນຊາວຕາເວັນຕົກໃຊ້ເຫັດ ໝາກເລັ່ນ ຊ່ວຍໃນການປຸງອາຫານ ເຊິ່ງຕໍ່ມາ ປີ ພ.ສ. 2541 ສາດສະດາຈານ Kikunae Ikeda ແຫ່ງມະຫາວິທະຍາໄລໂຕກຽວ ສາມາດແຍກຕົວ ປຸງຣົດ (Flavoring agent) ໄດ້ຈາກສາຫຼ່າຍທະເລ (Laminaria Japonica) ແລະພົບວ່າເປັນ Seasoning agent ທີ່ເຮັດໃຫ້ອາຫານແຊບ ເຊິ່ງກໍ່ຄື ກລູຕາເມດ ນັ້ນເອງ


ກລູຕາເມດ ພົບໄດ້ໃນຫຍັງແດ່

ກລູຕາເມດ ເປັນສ່ວນປະກອບຕາມທຳມະຊາດ ພົບໄດ້ໃນອາຫານເກືອບທຸກຊະນິດເຊັ່ນ ເນື້ອສັດ ປາ ນົມ ນ້ຳນົມແມ່ ຜັກ ຖົ່ວ ເນີຍແຂງ ໝາກເລັ່ນ ແລະ ອື່ນໆ ມະນຸດເຮົາສາມາດສ້າງກລູຕາເມດໄດ້ເອງ ແລະພົບໄດ້ໃນກ້າມເນື້ອສະໝອງລວມທັງອະໄວຍະວະແລະເນື້ອເຍື່ອອື່ນໆ

ໃນທຳມະຊາດຈະພົບກລູຕາເມດ ໄດ້ 2 ຮູບແບບ

1.ແບບເກາະຕິດ (Bound Form)ເຊື່ອມຕໍ່ກັບອາຊິດອະມິໂນອື່ນໆໄດ້ເປັນໂປຣຕີນ
2.ແບບອິດສະຫຼະ (Free Form)ເປັນຕົວທີ່ມີບົດບາດເຮັດໃຫ້ອາຫານແຊບ


ແປ້ງນົວມີການຜະລິດແນວໃດ

  1. ການສັງເຄາະຂື້ນຈາກສານເຄມີ
  2. Hydrolysis Method ໂດຍສະກັດຈາກແຫຼ່ງໂປຣຕີນທຳມະຊາດ ໄດ້ແກ່ Wheat Gluten ຫຼື Soybean Meal ເຊິ່ງມີ Glutamic Acid ຢູ່ໃນຮູບແບບ Glutamine (Monoamide ຂອງ Glutamic Acid)
  3. Fermentation Method ເປັນການໝັກນ້ຳຕານກລູໂກສທີ່ໄດ້ຈາກ Hydrolyze ແປ້ງມັນຕົ້ນ (Tapioca-Starch) ຫຼືໝັກນໍ້າຕານ (Glucose, Fructose, Sucrose) ທີ່ມີຢູ່ໃນກາກນ້ຳຕານ (Cane Molasses, Beet Molasses) ໂດຍໃຊ້ຈຸລິນຊີບາງຊະນິດເປັນຕົວສັງເຄາະ

ອ້າງອີງ ໂດຍບົດຄວາມ“ເລື່ອງໜ້າຮູ້ກ່ຽວກັບວັດຖຸປຸງແຕ່ງອາຫານແລະແປ້ງນົວບາງປະເພດ” ໂດຍ ດຣ.ພັກດີ ໂພທິສິຣິ ໜັງສືການອະນາໄມແລະສິ່ງແວດລ້ອມ ແລະເອກະສານຂອງຊຸມຊົນຜູ້ຜະລິດແປ້ງນົວແຫ່ງປະເທດໄທ ເຊິ່ງແປແລະຮຽບຮຽງຈາກເອກະສານຂອງສູນຂໍ້ມູນກລູຕາເມດ (Glutamate Information Center – GIC)


ແປ້ງນົວ ມີປະໂຫຍດແນວໃດ

  1. ຊ່ວຍເພີ່ມຄວາມຢາກອາຫານໃຫ້ແກ່ຜູ້ສູງອາຍຸ
    ຜູ້ສູງອາຍຸຫຼາຍທ່ານເລີ່ມກິນອາຫານບໍ່ແຊບ ເພາະຕ່ອມຮັບຮູ້ຣົດຊາດເລີ່ມເຮັດວຽກບໍ່ໄວຕໍ່ຣົດຊາດເທົ່າສະໄໝຍັງໜຸ່ມສາວ ຈິ່ງເຮັດໃຫ້ຜູ້ສູງອາຍູຫຼາຍທ່ານເລີ່ມມີອາການເບື່ອອາຫານແລະຄ່ອຍໆຈ່ອຍລົງເລື້ອຍໆ ວິທີແກ້ໄຂຄື ພຽງເພີ່ມແປ້ງນົວລົງໄປໃນອາຫານພຽງເລັກນ້ອຍ ຈະເຮັດໃຫ້ຜູ້ສູງອາຍຸຮັບຮູ້ຣົດຊາດຄວາມແຊບຂອງອາຫານໄດ້ຫຼາຍຂື້ນ
  2. ຊ່ວຍໃຫ້ກະເພະອາຫານແລະຕ່ອມນ້ຳລາຍເຮັດວຽກດີຂື້ນ
    ໃນຜູ້ປ່ວຍທີ່ມີພາວະກະເພາະອາຫານຝໍ່ ຫຼືຕ່ອມນ້ຳລາຍເຮັດວຽກໄດ້ບໍ່ດີ ອາດເຮັດໃຫ້ເກີດອາການນ້ຳລາຍແຫ້ງແລະເບື່ອອາຫານ ການເພີ່ມຣົດຊາດອາຫານໂດຍການຜ່ານແປ້ງນົວລົງໄປໃນອາຫານ ຈຶ່ງຊ່ວຍກະຕຸ້ນຄວາມຢາກອາຫານໃຫ້ຜູ້ປ່ວຍກິນອາຫານໄດ້ຫຼາຍຂື້ນ
  3. ຊ່ວຍຫຼຸດປະລິມານໂຊດຽມໃນອາຫານໄດ້
    ໃນຄົນທີ່ຕິດຣົດຊາດເຄັມ ປຸງອາຫານໂດຍນ້ຳປາຫຼືເກືອແກງຈຳນວນຫຼາຍເພື່ອໃຫ້ໄດ້ຣົດຊາດທີ່ຕ້ອງການ ຫາກປ່ຽນມາໃສ່ເກືອແກງໃຫ້ນ້ອຍລົງແລ້ວຫັນມາໃສ່ແປ້ງນົວລົງໄປເລັກນ້ອຍ ຈາກຜົນງານວິໄຈພົບວ່າໄດ້ຣົດຊາດແຊບຖືກໃຈບໍ່ແພ້ກັນ ດັ່ງນັ້ນການໃສ່ແປ້ງນົວລົງໄປໃນອາຫານເລັກນ້ອຍຈະຊ່ວຍໃຫ້ເຮົາໃສ່ເກືອແກງໄດ້ນ້ອຍລົງ ໂດຍທີ່ຣົດຊາດຂອງອາຫານບໍ່ປ່ຽນ

ອ້າງອີງໂດຍhttp://health.sanook.com/4945/

ບໍລິສັດ ຣາຊາຊູຣົສ ຈຳກັດ

ອາຄານ ເຄ.ເອສ.ແອລ. ທາວເວີ ຊັ້ນ20
503 ຖະໜົນສີອະຍຸທະຍາ
ແຂວງຖະໜົນພະຍາໄທ ເຂດຣາຊເທວີ
ກຸງເທບມະຫານະຄອນ 10400

ໂທລະສັບ: 02-642-6210
ແຟັກ: 02-642-6220
ອີເມລ: msg-racha@kslgroup.com

ໂຮງງານ

15 ໝູ່ 17 ຖະໜົນແສງຊູໂຕ
ຕຳບົນທ່າຜາ ອຳເພີບ້ານໂປ່ງ
ຈັງຫວັດຣາຊບູຣີ 70110

ໂທລະສັບ: 032-743-224-6
ແຟັກ: 032-743-223

Social